ການແຕ້ມ ການສະແດງ ການເພັງ ການປັ້ນ
ການແຕ້ມ For the residents of the shelter (15 to 20) the value of the project is therapeutic – offering them participants a form of expression for the real challenges in their life – it helps them create new ways of thinking. The participants will look at themselves in a different ways and also begin to see the variety of life’s options. In this sense the project will help residents of the shelter residents of the shelter build skills necessary to communicate about problems in their own lives.
ການສະແດງ For the residents of the shelter (15 to 20) the value of the project is therapeutic – offering them participants a form of expression for the real challenges in their life – it helps them create new ways of thinking. The participants will look at themselves in a different ways and also begin to see the variety of life’s options. In this sense the project will help residents of the shelter residents of the shelter build skills necessary to communicate about problems in their own lives.
ການເພັງ For the residents of the shelter (15 to 20) the value of the project is therapeutic – offering them participants a form of expression for the real challenges in their life – it helps them create new ways of thinking. The participants will look at themselves in a different ways and also begin to see the variety of life’s options. In this sense the project will help residents of the shelter residents of the shelter build skills necessary to communicate about problems in their own lives.
ການປັ້ນ For the residents of the shelter (15 to 20) the value of the project is therapeutic – offering them participants a form of expression for the real challenges in their life – it helps them create new ways of thinking. The participants will look at themselves in a different ways and also begin to see the variety of life’s options. In this sense the project will help residents of the shelter residents of the shelter build skills necessary to communicate about problems in their own lives.

ກິດຈະກຳ 6: ກະຈົກສະທ້ອນຄວາມຮູ້ສຶກ

ຈຸດປະສົງ:

  1. ເພື່ອເສີມສ້າງທັກສະ ແລະ ຈິນຕະນາການຂອງຜູ້ເຂົ້າຮ່ວມໃຫ້ກ້ວາງຂື້ນ ໂດຍການນຳໃຊ້ກະຈົກແກ້ວມາແຕ້ມຮູບຫນ້າຂອງຕົນເອງມາແປະໃສ່ເຈ້ຍສາ
  2. ເພື່ອສະທ້ອນຄວາມເປັນຕົວຕົນ ແລະ ຄວາມຮູ້ສຶກຂອງຜູ້ເຂົ້າຮ່ວມອອກມາໃຫ້ຫຼາຍທີ່ສຸດ
  3. ເພື່ອໃຫ້ຜູ້ເຂົ້າຮ່ວມມີຄວາມຫມັ້ນໃຈໃນສິ່ງທີ່ຕົນເຫັນໃນຕໍ່ຫນ້າໃຫ້ມີຄວາມກ້າສະແດງອອກ

ອຸປະກອນ: ກະຈົກແກ້ວ, ສີນໍ້າ, ນໍ້າ, ຈອກຢາງ, ຜ້າແພ, ເຈ້ຍສາ

ໄລຍະເວລາ: 1 ຊົ່ວໂມງ, ຈຳນວນຜູ້ເຂົ້າຮ່ວມ: 15 – 20 ຄົນ, ອາຍຸ: 14 ປີຂື້ນໄປ

ການດຳເນີນກິດຈະກຳ:

  • ຄູຝຶກອະທິບາຍຂັ້ນຕອນ ແລະ ວິທີການດຳເນີນກິດຈະກຳ
  • ຢາຍອຸປະກອນໃຫ້ຜູ້ເຂົ້າຮ່ວມທຸກຄົນ
  • ຂັ້ນຕອນທີ1:ຄູຝຶກແນະນຳໃຫ້ຜູ້ເຂົ້າຮ່ວມຍົກກະຈົກເງົາຂື້ນມາແຍ່ງເບິ່ງຫນ້າຕົນເອງກ່ອນເພື່ອສຳຫຼວດໃບຫນ້າຂອງຕົນວ່າຮູບຮ່າງຫນ້າຕາແນວໃດ
  • ຂັ້ນຕອນທີ2:ຄູຝຶກໃຫ້ຜູ້ເຂົ້າຮ່ວມນຳກະຈົກເງົາວາງລົງແລ້ວໃຫ້ຫລັບຕາໄວ້ເບື້ອງຫນຶ່ງເພື່ອເບິ່ງຫນ້າຂອງຕົນເອງດ້ວຍຕາຂ້າງດ່ຽວ9ຈາກນັ້ນປ່ຽນມາເບິ່ງດ້ວຍຕາທັ້ງສອງຂ້າງໂດຍໃຫ້ຜູ້ເຂົ້າຮ່ວມສັງເກດວ່າວິທີໃດຈະເຫັນໃບຫນ້າໄດ້ຊັດເຈນກ່ວາກັນ (ຫລັບຕາຂ້າງດ່ຽວຈະເຫັນດີກ່ວາແລະຊັດເຈນກ່ວາ)
  • ຂັ້ນຕອນທີ3:ໃຫ້ຜູ້ເຂົ້າຮ່ວມໄດ້ລົງມືປະຕິບັດແຕ້ມໂດຍການໃຊ້ສີນໍ້າແຕ້ມເວລາລະບາຍສີຄວນໃສ່ສີຫຼາຍໆໃນເມື່ອທີ່ເຮົາຈະເອົາເຈ້ຍມາທັບຮູບແຕ້ມທີ່ຢູ່ກະຈົກເງົາໃສ່ເຈ້ຍສາທີ່ກຽມໄວ້ນັ້ນ ເພື່ອບໍ່ໃຫ້ສີແຫ້ງເສຍກ່ອນ ແລະ ໃຫ້ຮູບຕິດກັບສີໄດ້ດີ

ຜົນໄດ້ຮັບຈາກການດຳເນີນກິດຈະກຳ:

ຈຸດດີ:

  • ຜູ້ເຂົ້າຮ່ວມມີຄວາມຫມັ້ນໃຈໃນການແຕ້ມ ແລະ ກ້າສະແດງອອກໃນກິດຈະກຳນີ້ຫຼາຍຂື້ນ
  • ຜູ້ເຂົ້າຮ່ວມໃຊ້ຈິນຕະນາການແຕ້ມຮູບແບບຫນ້າຕົນເອງໄດ້ເປັນຢ່າງດີໂດຍບໍ່ມີຄວາມເຂີນອາຍ

ຂໍ້ສັງເກດ:ຖ້າຫາກຜູ້ເຂົ້າຮ່ວມຍັງບໍ່ເຂົ້າໃຈໃນຂັ້ນຕອນໃດຫນຶ່ງຄູຝຶກຄວນອະທິບາຍແລະສາທິດໃຫ້ເບິ່ງອີກຄັ້ງຫນຶ່ງຍິ່ງເປັນການດີສຳລັບຜູ້ເຂົ້າຮ່ວມ

 

ກິດຈະກຳ5: ປະຕິທິນໃນຝັນ

ຈຸດປະສົງ:

  1. ເພື່ອຮຽນຮູ້ການເຮັດວຽກເປັນທີມ ແລະ ຮູ້ຈັກຮັບຜິດຊອບຫນ້າທີ່ຂອງຕົນເອງ
  2. ເພື່ອໃຫ້ຮຽນຮູ້ຈັກການນຳໃຊ້ສິ່ງຂອງຕ່າງໆເຂົ້າໃນການປະດິດ
  3. ເພື່ອພັດທະນາການໃຊ້ຈິນຕະນາການຂອງຕົນເອງຫຼາຍຂື້ນ

ອຸປະກອນ: ເຈ້ຍສາ (ເຈ້ຍທີ່ຜູ້ເຂົ້າຮ່ວມຜະລິດເອງ), ເຈ້ຍແຂງ, ສີນໍ້າ, ຟອຍທາສີ, ນໍ້າ, ຈານສີ, ຈອກຢາງ

ໄລຍະເວລາ: 30 ນາທີ, ຈຳນວນຜູ້ເຂົ້າຮ່ວມ: 15 – 20 ຄົນ, ອາຍຸ: 8 ປີຂື້ນໄປ

ການດຳເນີນກິດຈະກຳ:

  • ຄູຝຶກອະທິບາຍຂັ້ນຕອນ ແລະ ວິທີການດຳເນີນກິດຈະກຳ
  • ແຈກຢາຍອຸປະກອນ(ອຸປະກອນຕ້ອງມີການກຽມໄວ້ຮຽບຮ້ອຍແລະຄົບກັບຈຳນວນຜູ້ເຂົ້າຮ່ວມຫຼືຄົບຕາມກຸ່ມຜູ້ເຂົ້າຮ່ວມ
  • ຄູຝຶກນຳສະເໜີປະຕິທິນທີ່ເຮັດສົມບູນແລ້ວ ນຳມາເປັນແບບຢ່າງໃຫ້ຜູ້ເຂົ້າຮ່ວມໄດ້ເບິ່ງ
  • ຂັ້ນຕອນທີ1:ນຳເຈ້ຍແຂງທີ່ມີຂະຫນາດເທົ່າກັບເຈ້ຍສາມາທາກາວແລ້ວນຳມາຕິດໃສ່ດ້ານຫຼັງຂອງເຈ້ຍອ່ອນ
  • ຂັ້ນຕອນທີ2:ຄູຝຶກແນະນຳໃຫ້ຜູ້ເຂົ້າຮ່ວມນຳເຈ້ຍທີ່ຕິດແລ້ວປະໄວ້ໃຫ້ແຫ້ງແລ້ວຈິ່ງໃຊ້ສໍແລະໄມ້ບັນທັດຂີດເປັນຕາຕະລາງປະຕິທິນຜູ້ເຂົ້າຮ່ວມແມ່ນປະດິດຕາມຈິນຕະນາການຂອງໃຜມັນ
  • ຂັ້ນຕອນທ3:ຄູຝຶກໃຫ້ຜູ້ເຂົ້າຮ່ວມໃສ່ສີຕາມເທດສະການຫຼືລະດູການຂອງເດືອນນັ້ນໆຂອງໃຜມັນໂດຍໃຊ້ຈິນຕະນາການຂອງຕົນເອງເຂົ້າໃນການປະດິດປະຕິທິນຂອງຕົນເອງ

ຜົນໄດ້ຮັບຜ່ານການດຳເນີນກິດຈະກຳ:

ຈຸດດີ:

  • ຜູ້ເຂົ້າຮ່ວມໄດ້ຮູ້ຈັກການປະສົມສີຫຼາກຫຼາຍວິທີ ແລະ ຈິນຕະນາການທີ່ຫຼາຍຂື້ນ
  • ເຮັດໃຫ້ຜູ້ເຂົ້າຮ່ວມມີສະມາທິ ແລະ ມີຄວາມເພີດເພີນ
  • ຜູ້ເຂົ້າຮ່ວມມີພັດທະນາການດ້ານການໃຊ້ຈິນຕະນາການດີຂື້ນ

ຂໍ້ສັງເກດ:ຖ້າຫາກຜູ້ເຂົ້າຮ່ວມຍັງບໍ່ເຂົ້າໃຈຄູຝຶກຄວນອະທິບາຍແລະສາທິດໃຫ້ເບິ່ງອີກຄັ້ງຫນຶ່ງຍິງເປັນການດີສຳລັບຜູ້ເຂົ້າຮ່ວມ

 

ກິດຈະກຳ 4: ເທັກນິກທີສອງໃນການປະສົມສີໃສ່ເຈ້ຍ

ຈຸດປະສົງ:

  1. ເພື່ອຮຽນຮູ້ເທັກນິກການປະສົມສີໄດ້ຫຼາຍແບບຫຼາຍວີທີ
  2. ເພື່ອຝຶກຝົນການນຳໃຊ້ສີໄດ້ຫຼາກຫຼາຍແບບ
  3. ເພື່ອໃຫ້ຜູ້ເຂົ້າຮ່ວມມີແນວຄິດສ້າງສັນສີໃໝ່ໆຂື້ນມາດ້ວຍແນວຄິດພວກເຂົາເອງ

ອຸປະກອນ: ແມ່ສີ, ຈານສີ, ຈານສີ, ຈອກນໍ້າ, ເຈ້ຍປັ່ນ (ຫນັງສືພິມ ແລະ ເຈ້ຍຂາວ)

ໄລຍະເວລາ: 20-30 ນາທີ, ຈຳນວນຜູ້ເຂົ້າຮ່ວມ: 15ຄົນ, ອາຍຸ: 8 ປີຂື້ນໄປ

ການດຳເນີນກິດຈະກຳ:

  • ຄູຝຶກອະທິບາຍຂັ້ນຕອນ ແລະ ການດຳເນີນກິດຈະກຳ
  • ຢາຍອຸປະກອນໃຫ້ຜູ້ເຂົ້າຮ່ວມ ຈອກຈຳນວນ 3ຫນ່ວຍຕໍ່ຄົນ, ຈອກທີ1 ສຳລັບເຈ້ຍຂາວປັ່ນແລ້ວ, ຈອກທີ2 ສຳລັບເຈ້ຍຫນັງສືພິມປັ່ນແລ້ວ,​ ຈອກທີ3 ສຳລັບນໍ້າ,​ ແມ່ສີ ແລະ ຈານສີ
  • ຄູຝຶກແນະນຳໃຫ້ຜູ້ເຂົ້າຮ່ວມສັງເກດເບິ່ງເຈ້ຍປັ່ນທັງສອງຊະນິດວ່າມີຄວາມແຕກຕ່າງກັນແນວໃດ
  • ຄູຝຶກສາທິດແລະແນະນຳໃຫ້ຜູ້ເຂົ້າຮ່ວມສັງເກດເບິ່ງເຈ້ຍປັ່ນທັງສອງຊະນິດໃນຂະນະທີ່ປະສົມແມ່ສີທີ່ລົງໄປເທື່ອລະຈອກ ເຈ້ຍປັ່ນມີການປ່ຽນແປງແນວໃດ ໂດຍເຮັດແລະສັງເກດໄປພ້ອມໆກັນກັບຄູຝຶກ
  • ນຳເອົາແມ່ສີຈຳນວນ 6ສີທີ່ຢູ່ໃນຈານສີມາປະສົມໃສ່ໃນແຕ່ລະຈອກ ຄົນເຂົ້າກັນໃຫ້ສີແລະເຈ້ຍປະສົມເຂົ້າກັນດີ ຫຼັງຈາກນັ້ນໃຫ້ຜູ້ເຂົ້າຮ່ວມສັງເກດເບິ່ງວ່າ ໃນສອງຈອກນັ້ນມັນມີຄວາມແຕກຕ່າງກັນຢູ່ບ່ອນໃດ? ຍ້ອນຫຍັງ?

ຜົນໄດ້ຮັບຈາກການປະຕິບັດກິດຈະກຳ:

ຈຸດດີ:

  • ຜູ້ເຂົ້າຮ່ວມໄດ້ຮູ້ຈັກການປະສົມສີຫຼາກຫຼາຍວີທີ ແລະ ຮູ້ຈັກວີີທີການປະສົມສີຫຼາຍຂື້ນ
  • ເຮັດໃຫ້ຜູ້ເຂົ້າຮ່ວມມີສະມາທິ ແລະ ມີຄວາມເພີດເພີນອີກດ້ວຍ

ຂໍ້ສັງເກດ:ຖ້າຫາກຜູ້ເຂົ້າຮ່ວມບໍ່ເຂົ້າໃຈຄູຝຶກສາມາດອະທິບາຍແລະສາທິດໃຫ້ເບິງອີກຄັ້ງຫນຶ່ງຍິ່ງເປັນການດີສຳລັບຜູ້ເຂົ້າຮ່ວມຫຼືໃນຂະນະທີ່ດຳເນີນກິດຈະກຳແຕ່ລະຂັ້ນຕອນຄູຝຶກຕ້ອງສັງເກດແລະແນ່ໃຈວ່າຜູ້ເຂົ້າຮ່ວມແຕ່ລະຄົນເຂົ້າໃຈດີແລ້ວບໍ ຈິ່ງຜ່ານຂັ້ນຕອນນັ້ນໆໄປ.