ຈຸດປະສົງ:
- ເພື່ອໃຫ້ຜູ້ເຂົ້າຮ່ວມສາມາດຮຽນຮູ້ວິທີການປະດິດຕິດໜ້າກາກ
- ເພື່ອຮຽນຮູ້ເທັກນິກການຕິດໜ້າກາກ ແລະ ທັກສະຂື້ນຕື່ມ
- ເພື່ອເສີມສ້າງທາງດ້ານແນວຄິດ ແລະ ຄວາມຮູ້ສຶກອອກມາທາງການປະດິດ
ອຸປະກອນ: ໜ້າກາກຢາງ, ເຈ້ຍໜັງສືພິມ, ກາວ, ຊາມ, ຖົງຢາງແພັກອາຫານ, ນໍ້າ
ໄລຍະເວລາ: 1 ຊົ່ວໂມງ
ຈຳນວນຜູ້ເຂົ້າຮ່ວມ: 10 – 15 ຄົນ, ອາຍຸ: 8ປີຂື້ນໄປ
ການດຳເນີນກິດຈະກຳ:
- ອະທິບາຍຂັ້ນຕອນ ແລະ ວິທີການດຳເນີນກິດຈະກຳ
- ແບ່ງຜູ້ເຂົ້າຮ່ວມອອກເປັນສີ່ກຸ່ມ
- ແຈກຢາຍແມ່ພິມໜ້າກາກແລະອຸປະກອນອື່ນໆໃຫ້ແກ່ຜູ້ເຂົ້າຮ່ວມ
- ຂັ້ນຕອນທີ1:ໃຫ້ຜູ້ເຂົ້າຮ່ວມເທກາວລົງປະສົມກັບນໍ້າປະມານໜຶ່ງສ່ວນສາມແລ້ວຂົນກາວເຂົ້າກັນກັບນໍ້າ ໃຫ້ເປັນ ເນື້ອດ່ຽວກັນ.
- ຂັ້ນຕອນທີ 2: ໃຫ້ຜູ້ເຂົ້າຮ່ວມນໍາໜ້າກາກມາຕິດດ້ວຍຖົງຢາງແພັກອາຫານ (ຖ້າເປັນໜ້າກາກ ຢາງກໍ່ບໍ່ຕ້ອງຕິດຖົງຢາງ )
- ຂັ້ນຕອນທີ 3: ໃຫ້ຜູ້ເຂົ້າຮ່ວມ ນໍາເຈ້ຍໜັງສືພິມມາຈີກເປັນແຜ່ນນ້ອຍໆພໍດີງາມແລ້ວ ຈິ່ງນໍາ ເ ຈ້ຍ ຈຸມລົງໃສ່ນໍ້າກາວທີ່ປະສົມກັບນໍ້າດີແລ້ວ ຕິດເຈ້ຍໃສ່ໜ້າກາກ ໃຫ້ໄດ້ປະມານ 10 – 20 ຊັ້ນຍິ່ງດີເພື່ອໃຫ້ໜ້າກາກໜາແໜ້ນແລະທົນທານດີ
- ຂັ້ນຕອນທີ 4:ຫຼັງຈາກຕິດໜ້າກາກແລ້ວ ນໍາໜ້າກາກໄປຕາກແດດໃຫ້ແຫ້ງ.
ຂໍ້ສັງເກດ: ຫາກຜູ້ເຂົ້າຮ່ວມບຸກຄົນໃດຍັງບໍ່ເຂົ້າໃຈ ແລະ ມີພັດທະນາການດ້ານຄວາມຄິດຊ້າ, ຄູຝຶກຄວນເອົາໃຈໃສ່ ເປັນພິເສດ ແລະ ພະຍາຍາມອະທິບາຍເພີ່ມເຕີມ.




Leave a Reply