ກິດຈະກຳທີ1: ການນຳໃຊ້ເຈ້ຍທີ່ບໍ່ໃຊ້ແລ້ວ

ຈຸດປະສົງ:

  1. ຮຽນຮູ້ການນຳໃຊ້ເຈ້ຍເສດ (ເຈ້ຍທີ່ບໍ່ໃຊ້ແລ້ວ) ນຳກັບມາໃຊ້ແລະປະດິດຄືນຂື້ນໃໝ່ອີກຄັ້ງ
  2. ເພື່ອນຳໃຊ້ເຈ້ຍເສດຫຼືສິ່ງເສດເຫຼືອໃຫ້ເປັນປະໂຫຍດ ແລະ ຮັກສາສິ່ງແວດລ້ອມອີກດ້ວຍ

ອຸປະກອນ: ຊາມ, ເຈ້ຍເສດ, ເຄື່ອງປັ່ນ, ໄມ້ຕາຫນ່າງ 4ລ່ຽມ, ຜ້າແພ, ນໍ້າ

ໄລຍເວລາ: 30 ນາທີ,​ ຈຳນວນຜູ້ເຂົ້າຮ່ວມ: 10ຄົນ,​ ອາຍຸ: 8ຂື້ນໄປ

ການດຳເນີນກິດຈະກຳ:

  • ອະທິບາຍວີທີການ ແລະ ການດຳເນີນກິດຈະກຳ
  • ໃຫ້ຜູ້ເຂົ້າຮ່ວມຈີກເຈ້ຍເປັນແຜ່ນນ້ອຍໆປະລິມານເຈ້ຍທີ່ຈີກແມ່ນຂື້ນກັບຄວາມຕ້ອງການເຮັດຫຼາຍຫຼືຫນ້ອຍ ແລ້ວນຳເຈ້ຍທີ່ຈີກໄປແຊ່ນໍ້າໃຫ້ມັນອ່ອນ ປະໄວ້ປະມານ 5 – 10 ນາທີ
  • ນໍາເຈ້ຍທີ່ແຊ່ໄດ້ແລ້ວ ມາປັ່ນໃຫ້ມຸ່ນລະອຽດດີແລ້ວຈິ່ງນຳໄປເທໃສ່ຊາມນໍ້າທີ່ກຽມໄວ້
  • ນຳເອົາຕາຫນ່າງໄມ້4ລ່ຽມແລະຂອບ4ລ່ຽມສະເໜີກັນມາແນບໃສ່ກັນເອົາລົງນໍ້າໃນຊາມເພື່ອສ້ອນເອົາເຈ້ຍມຸ່ນທີ່ຢູ່ໃນນໍ້າແລ້ວຮ່ອນໃຫ້ນໍ້າໄຫຼອອກ ເຮັດໃຫ້ສະເດັດນໍ້າຫຼາຍທີ່ສຸດເທົ່າທີ່ຈະເຮັດໄດ້,ຈາກນັ້ນເຫຼືອແຕ່ເຈ້ຍທີ່ມີຂະຫນາດA4ໃນຕາຫນ່າງ
  • ນຳເອົາຂອບໄມ້ອອກແລ້ວເອົາຜ້າແພທີ່ມີຂະຫນາດເທົ່າເຈ້ຍA4ມາປົກໃສ່ທາງຫນ້າເຈ້ຍທີ່ຕິດຢູ່ຕາຫນ່າງໄມ້ ແລ້ວປີ້ນຕາຫນ່າງແພລົງລຸ່ມ,ເອົາມືລູບຄ່ອຍໆໄປຕາມຕາຫນ່າງເພື່ອໃຫ້ເຈ້ຍຕິດກັບຜ້າແພດີເສຍກ່ອນ
  • ເມື່ອເຫັນວ່າເຈ້ຍຕິດກັບຜ້າແພດີແລ້ວ ກໍ່ນໍາເອົາຜ້າແພອີກຜືນຫນຶ່ງທີ່ກຽມໄວ້ມາປົກທັບອີກ ແລະ ນຳໄປວາງໃສ່ແປ້ນໄມ້ສີ່ລ່ຽມ2ແຜ່ນປະກົບກັນເພື່ອຫນີບເອົານໍ້າໃຫ້ໄຫຼອອກຫມົດຫຼັງຈາກນັ້ນກໍ່ນຳໄມ້ອອກ ແລ້ວຈິ່ງນຳໄປຕາກແດດປະໄວ້ໃຫ້ແຫ້ງ ແລະ ເກັບມ້ຽນ

ຜົນໄດ້ຮັບ:

ຈຸດດີ:    

  • ຜູ້ເຂົ້າຮ່ວມຮູ້ຈັກວິທີການໃຊ້ເຈ້ຍທີ່ບໍ່ໃຊ້ແລ້ວແລະຄິດວ່າມັນຄົງບໍ່ມີປະໂຫຍດແລ້ວນຳມາໃຊ້ໃຫ້ມີປະໂຫຍດຄືນໃຫມ່ອີກ
  • ຜູ້ເຂົ້າຮ່ວມມີສະມາທິ ແລະ ມີຄວາມເພີດເພີນເບີກບານມ່ວນຊື່ນໃນເວລາທີ່ເຮັດກິດຈະກຳ

ຂໍ້ສັງເກດ:

ຖ້າຫາກຜູ້ເຂົ້າຮ່ວມຍັງບໍ່ເຂົ້າໃຈຈຸດໃດຈຸດຫນຶ່ງ ຄູຝືກຄວນອະທິບາຍ ແລະ ສາທິດໃຫ້ເບິ່ງອີກຄັ້ງຫນຶ່ງ ຍິ່ງເປັນການດີສຳລັບຜູ້ເຂົ້າຮ່ວມ