ຈຸດປະສົງ:
- ເພື່ອຮຽນຮູ້ວິທີການນຳໃຊ້ເຈ້ຍເສດໃຫ້ມີປະໂຫຍດໃນຫຼາຍຮູບແບບ
- ເພື່ອໃຫ້ຜູ້ເຂົ້າຮ່ວມໄດ້ມີແນວຄິດນຳເອົາສິ່ງທີ່ບໍ່ໃຊ້ແລ້ວກັບມາໃຊ້ຄືນ ແລະ ພ້ອມທັງຮັກສາສິ່ງແວດລ້ອມອີກດ້ວຍ
- ເພື່ອໃຫ້ຮູ້ເຖິ່ງຄວາມແຕກຕ່າງຂອງເຈ້ຍທີ່ນຳມາໃຊ້ວ່າມີຄຸນນະພາບໃຊ້ໄດ້ດີແນວໃດ
ອຸປະກອນ: ເຈ້ຍຂາວ, ເຈ້ຍຫນັງສືພິມ, ນໍ້າ, ຊາມ, ເຄື່ອງປັ່ນ
ໄລຍະເວລາ: 2-4 ຊົ່ວໂມງ, ຈຳນວນຜູ້ເຂົ້າຮ່ວມ: 15ຄົນ, ອາຍຸ: 8ປີຂື້ນໄປ
ການດຳເນີນກິດຈະກຳ:
- ອະທິບາຍຂັ້ນຕອນ ແລະ ການດຳເນີນກິດຈະກຳ
- ໃຫ້ຜູ້ເຂົ້າຮ່ວມຈີກເຈ້ຍເປັນແຜ່ນນ້ອຍໆແລ້ວນຳເຈ້ຍທີ່ຈີກແລ້ວນຳໄປແຊ່ນຳໃຫ້ມັນອ່ອນໂດຍປະໄວ້ປະມານ 5-10ນາທີ
- ນໍາເຈ້ຍທີ່ແຊ່ໄວ້ມາປັ່ນໃຫ້ມຸ່ນລະອຽດດີ ແລ້ວເທລົງໃສ່ຊາມນໍ້າທີ່ກຽມໄວ້
- ນໍາເອົາຕະຫນ່າງໄມ້4ລ່ຽມທີ່ມີຂອມສ້ອນເອົາເຈ້ຍທີ່ເທລົງນໍ້າກ່ອນແລ້ວຮ່ອນໃຫ້ນໍ້າມັນໄຫຼອອກ, ໃຫ້ເຈ້ຍເຕັມພຽງຕະຫນ່າງແຕ່ຂະຫນາດຄວາມຫນາຂື້ນກັບຜູ້ຜະລິດວ່າຕ້ອງການເຈ້ຍທີ່ມີຄວາມຫນາບາງເທົ່າໃດ (ຂັ້ນຕອນປັບຄວາມຫນາບາງແມ່ນຕອນຜູ້ຜະລິດເຈ້ຍຮອນເຈ້ຍໃສ່ຕະຫນ່າງ)
- ນຳຂອບໄມ້ອອກແລ້ວເອົາຜ້າແພທີ່ກຽມໄວ້ນຳມາປົກໃສ່ທາງຫນ້າເຈ້ຍທີ່ຕິດຢູ່ຕະຫນ່າງໄມ້ແລ້ວຈິ່ງປິ້ນຕາຫນ່າງແພລົງລຸ່ມ ເອົາມືລູບຄ່ອຍໆໄປຕາມຕະຫນ່າງເພື່ອໃຫ້ເຈ້ຍຕິດກັບຜ້າແພດີເສຍກ່ອນ
- ເມື່ອເຫັນວ່າເຈ້ຍຕິດກັບຜ້າແພດີແລ້ວກໍ່ນຳເອົາຜ້າແພອີກຜືນຫນຶ່ງທີ່ກຽມໄວ້ມາປົກທັບອີກດ້ານຫນຶ່ງ ແລ້ວນຳໄປວ່າງໃສ່ແປ້ນໄມ້4ລ່ຽມ2ແຜ່ນປະກົບເພື່ອຫນີບໃຫ້ນໍ້າໄຫຼອອກຫມົດຫຼັງຈາກນັ້ນກໍ່ນຳໄມ້ອອກ
- ເມື່ອໄດ້ເຈ້ຍທີ່ສະເດັດນໍ້າແລວ ກໍ່ນຳເຈ້ຍທີ່ຕິດກັບຜ້າແພຢູ່ໄປພຶງຕາກແດດ ປະໄວ້ໃຫ້ແຫ້ງດີ ແລະ ຈິ່ງເກັບມ້ຽນ
ຜົນໄດ້ຮັບ:
ຈຸດດີ:
- ຜູ້ເຂົ້າຮ່ວມເຂົ້າໃຈໃນການເຮັດກິດຈະກຳ ແລະ ຮູ້ຈັກວີທີການນຳໃຊ້ເຈ້ຍທີ່ບໍ່ມີປະໂຫຍດ
- ຜູ້ເຂົ້າຮ່ວມໄດ້ພັດທະນາໃນດ້ານການໃຊ້ຈິນຕະນາການຂອງພວກເຂົາແລະມີສະມາທິຫຼາຍຂື້ນ


Leave a Reply