ກິດຈະກຳທີ 3: ການນຳໃຊ້ເຈ້ຍເຂົ້າໃນການໃສ່ສີ

ຈຸດປະສົງ:

  1. ເພື່ອຮຽນຮູ້ການນຳໃຊ້ເຈ້ຍໄດ້ຫຼາກຫຼຼາຍແບບທີ່ແຕກຕ່າງກັນ
  2. ເພື່ອຮຽນຮູ້ວິທີການປະສົມສີອອກມາໄດ້ຫຼາຍສີ ແລະ ໄຈ້ແຍກສີໄດ້ຢ່າງຖືກຕ້ອງ

ອຸປະກອນ:​ ສີ, ຈານສີ, ເຈ້ຍປັ່ນ, ຈອກຢາງ

ໄລຍະເວລາ: 2 ຊົ່ວໂມງ, ຈຳນວນຜູ້ເຂົ້າຮ່ວມ: 15ຄົນ, ອາຍຸ: 8ປີຂື້ນໄປ

ການດຳເນີນກິດຈະກຳ:

  • ຄູຝຶກອະທິບາຍຂັ້ນຕອນ ແລະ ການດຳເນີນກິດຈະກຳ
  • ຢາຍອຸປະກອນໃຫ້ຜູ້ເຂົ້າຮ່ວມ,ຜູ້ເຂົ້າຮ່ວມຈະໄດ້ຈອກຢາງຈຳນວນ3ຫນ່ວຍຕໍ່ຄົນຈອກທີເຈ້ຍຂາວປັ່ນ, ຈອກທີ2: ເຈ້ຍຫນັງສືພຶມປັ່ນ, ຈອກທີ3: ຈອກນໍ້າ, ສີ ແລະ ຈານສີ
  • ຄູຝຶກແນະນຳໃຫ້ຜູ້ເຂົ້າຮ່ວມສັງເກດເບິ່ງເຈ້ຍປັ່ນໃນສອງຈອກວ່າມີຄວາມແຕກຕ່າງກັນແນວໃດ
  • ຄູເຝືກໃຫ້ຜູ້ເຂົ້າຮ່ວມສັງເກດເບິ່ງຈອກເຈ້ຍທັງ2ຫນ່ວຍຄື:ຈອກເຈ້ຍຂາວປັ່ນແລະຈອກເຈ້ຍຫນັງສືພິມປັ່ນ ເມື່ອເວລາປະສົມສີລົງໄປເທື່ອລະຈອກ ພ້ອມທັງໃຫ້ຜູ້ເຂົ້າຮ່ວມລົງມືປະຕິບັດໄປພ້ອມໆກັນ
  • ນຳເອົາສີເຫຼືອງແລະສີຟ້າທີ່ຢູ່ຈານສີມາປະສົມໃສ່ໃນແຕ່ລະຈອກຫຼັງຈາກນັ້ນໃຫ້ຜູ້ເຂົ້າຮ່ວມສັງເກດເບິ່ງວ່າສອງຈອກນັ້ນມີຄວາມແຕກຕ່າງກັນຢູ່ບ່ອນໃດ?  ຍ້ອນຫຍັງ?
  • ພາຍຫຼັງປະສົມສີແລ້ວນັ້ນໃຫ້ຜູ້ເຂົ້າຮ່ວມນຳເອົາຈອກທີ່ປະສົມຂອງຕົນໄປເທລົງຊາມ,ຊາມທີ1ສຳລັບເຈ້ຍປັ່ນທີ່ປະສົມສີແລ້ວເປັນສີເຂັ້ມ, ຊາມທີ2ສຳລັບເຈ້ຍປັ່ນທີ່ປະສົມສີແລ້ວເປັນສີອ່ອນແລ້ວລົງມືປະຕິບັດຜະລິດເຈ້ຍຕາມຂັ້ນຕອນຕ່າງໆ.

ຜົນໄດ້ຮັບ:

ຈຸດດີ:

  1. ຜູ້ເຂົ້າຮ່ວມມີຈິນຕະນາການ ກ້າສະແດງອອກຫຼາຍຂື້ນ ກ້າເວົ້າ
  2. ຜູ້ເຂົ້າຮ່ວມຮູ້ຈັກວິທີການນຳໃຊ້ເຈ້ຍທີ່ບໍ່ມີປະໂຫຍດ ກັບມາໃຊ້ໃຫ້ມີປະໂຫຍດຄືນ

ຂໍ້ສັງເກດ:ຖ້າຫາກຜູ້ເຂົ້າຮ່ວມບໍ່ເຂົ້າໃຈຄູຝຶກຄວນອະທິບາຍແລະສາທິດໃຫ້ເບິ່ງອີກຄັ້ງຫນຶ່ງຍິ່ງຈະເປັນການດີສຳລັບຜູ້ເຂົ້າຮ່ວມ