ຈຸດປະສົງ:
- ເພື່ອຮຽນຮູ້ເທັກນິກການປະສົມສີໄດ້ຫຼາຍແບບຫຼາຍວີທີ
- ເພື່ອຝຶກຝົນການນຳໃຊ້ສີໄດ້ຫຼາກຫຼາຍແບບ
- ເພື່ອໃຫ້ຜູ້ເຂົ້າຮ່ວມມີແນວຄິດສ້າງສັນສີໃໝ່ໆຂື້ນມາດ້ວຍແນວຄິດພວກເຂົາເອງ
ອຸປະກອນ: ແມ່ສີ, ຈານສີ, ຈານສີ, ຈອກນໍ້າ, ເຈ້ຍປັ່ນ (ຫນັງສືພິມ ແລະ ເຈ້ຍຂາວ)
ໄລຍະເວລາ: 20-30 ນາທີ, ຈຳນວນຜູ້ເຂົ້າຮ່ວມ: 15ຄົນ, ອາຍຸ: 8 ປີຂື້ນໄປ
ການດຳເນີນກິດຈະກຳ:
- ຄູຝຶກອະທິບາຍຂັ້ນຕອນ ແລະ ການດຳເນີນກິດຈະກຳ
- ຢາຍອຸປະກອນໃຫ້ຜູ້ເຂົ້າຮ່ວມ ຈອກຈຳນວນ 3ຫນ່ວຍຕໍ່ຄົນ, ຈອກທີ1 ສຳລັບເຈ້ຍຂາວປັ່ນແລ້ວ, ຈອກທີ2 ສຳລັບເຈ້ຍຫນັງສືພິມປັ່ນແລ້ວ, ຈອກທີ3 ສຳລັບນໍ້າ, ແມ່ສີ ແລະ ຈານສີ
- ຄູຝຶກແນະນຳໃຫ້ຜູ້ເຂົ້າຮ່ວມສັງເກດເບິ່ງເຈ້ຍປັ່ນທັງສອງຊະນິດວ່າມີຄວາມແຕກຕ່າງກັນແນວໃດ
- ຄູຝຶກສາທິດແລະແນະນຳໃຫ້ຜູ້ເຂົ້າຮ່ວມສັງເກດເບິ່ງເຈ້ຍປັ່ນທັງສອງຊະນິດໃນຂະນະທີ່ປະສົມແມ່ສີທີ່ລົງໄປເທື່ອລະຈອກ ເຈ້ຍປັ່ນມີການປ່ຽນແປງແນວໃດ ໂດຍເຮັດແລະສັງເກດໄປພ້ອມໆກັນກັບຄູຝຶກ
- ນຳເອົາແມ່ສີຈຳນວນ 6ສີທີ່ຢູ່ໃນຈານສີມາປະສົມໃສ່ໃນແຕ່ລະຈອກ ຄົນເຂົ້າກັນໃຫ້ສີແລະເຈ້ຍປະສົມເຂົ້າກັນດີ ຫຼັງຈາກນັ້ນໃຫ້ຜູ້ເຂົ້າຮ່ວມສັງເກດເບິ່ງວ່າ ໃນສອງຈອກນັ້ນມັນມີຄວາມແຕກຕ່າງກັນຢູ່ບ່ອນໃດ? ຍ້ອນຫຍັງ?
ຜົນໄດ້ຮັບຈາກການປະຕິບັດກິດຈະກຳ:
ຈຸດດີ:
- ຜູ້ເຂົ້າຮ່ວມໄດ້ຮູ້ຈັກການປະສົມສີຫຼາກຫຼາຍວີທີ ແລະ ຮູ້ຈັກວີີທີການປະສົມສີຫຼາຍຂື້ນ
- ເຮັດໃຫ້ຜູ້ເຂົ້າຮ່ວມມີສະມາທິ ແລະ ມີຄວາມເພີດເພີນອີກດ້ວຍ
ຂໍ້ສັງເກດ:ຖ້າຫາກຜູ້ເຂົ້າຮ່ວມບໍ່ເຂົ້າໃຈຄູຝຶກສາມາດອະທິບາຍແລະສາທິດໃຫ້ເບິງອີກຄັ້ງຫນຶ່ງຍິ່ງເປັນການດີສຳລັບຜູ້ເຂົ້າຮ່ວມຫຼືໃນຂະນະທີ່ດຳເນີນກິດຈະກຳແຕ່ລະຂັ້ນຕອນຄູຝຶກຕ້ອງສັງເກດແລະແນ່ໃຈວ່າຜູ້ເຂົ້າຮ່ວມແຕ່ລະຄົນເຂົ້າໃຈດີແລ້ວບໍ ຈິ່ງຜ່ານຂັ້ນຕອນນັ້ນໆໄປ.



Leave a Reply